ອັບເດດ ເຫດການລົດກະບະວີໂກ້ເສຍຫຼັກຕົກລົງຂົວວັງອີງເມືອງ
ຫຼ້າ ແຂວງ ອຸດົມໄຊໃນເວລາ ຂອງວັນທີ 7 ທັນວາ 2022 ເເມ່ນພົບເຫັນລົດເເລ້ວ ( ເສຍຊີວິດທັງໝົດ 4 ຄົນ)
ຈາກເຫດການລົດກະບະວີໂກ້ ສີປອນເງິນເລກທະບຽນຫຼວງນ້ຳທາ 9789 ທີ່ເດີນທາງມາຈາກເມືອງ ບຸນໃຕ້ ແຂວງ
ຜົ້ງສາລີ ເກີດເສຍຫຼັກຕົກລົງຂົວວັງອີງເມືອງ ຫຼ້າແຂວງ ອຸດົມໄຊໃນເວລາ 12:53 ນາທີ ຂອງ ວັນທີ 7 ທັນວາ 2022
ຕາມຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າຢູ່ໃນລົດຄັນດັ່ງກ່າວມີທັງໜົດ 4 ຄົນໃນນັ້ນເປັນຊາຍ2ຄົນ,ຍິງ2ຄົນ,ສາມຄົນຢູ່ບ້ານ
ໝູຕື່ນນ້ອຍ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ ແລະ ອີກ1ຄົນ ແມ່ນ ຢູ່ ບ້ານ ໝູ ຕື່ນ ເມືອງນາໝໍ້ ແຂວງ ອຸດົມໄຊ
ປັດຈຸບັນ ເຈົ້າໜ້າທີ່ກູ້ໄພອົງການກາແດງ ແຂວງ ອຸດົມໄຊ ສົມທົບກັບປະຊາຊົນເມືອງຫຼ້າ ກໍາລັງເອົາຂື້ນມາ
ເຫດການດັ່ງກ່າວເຮັດໃຫ້ 4 ຄົນໃນລົດ ເເມ່ນເສຍຊີວິດ
ຊົມຄລີບ
ใส่ความเห็น